ຄູອາຈານແມ່ນມີບົດບາດເປັນຕົ້ນແບບໃຫ້ນັກຮຽນ, ເພື່ອນຮ່ວມງານ, ສະມາຊິກ ແລະຄົນອື່ນໆທີ່ຢູ່ໃນຊຸມຊົນ ແລະ ສະຖາບັນບ່ອນທີ່ເຮັດວຽກ. ໃນບົດນີ້ໄດ້ເນັ້ນໃສ່ເພື່ອໃຫ້ຄູອາຈານເຂົ້າໃຈ ແລະ ພັດທະ ນາຄວາມສາມາດຂອງຕົນໃນສັງຄົມ, ຕາມຫຼັກການ ແລະ ໜ້າທີຮັບຜິດຊອບທີ່ສຸດຈະລິດໃນການເປັນຄູອາຈານ, ເພື່ອຈຸດປະສົງໃຫ້ເປັນມືອາຊີບ, ມີຄວາມຍຸດຕິທຳກັບນັກຮຽນ ແລະເພື່ອນຮ່ວມງານ, ແລະ ການນຳໃຊ້ສື່ການສອນທີ່ເໜາະສົມ ແລະ ຖືກຕ້ອງທີ່ເປັນໜື່ງໃນສະພາຍແວດລ້ອມຂອງການຮຽນຮູ້.
- Enseignant: athithouthay Chatouphonexay
ການວາງແຜນຢ່າງຮອບຄອບແມ່ນເປັນພາກສ່ວນທີ່ສຳຄັນທີ່ເຮັດໃຫ້ການຮຽນ ແລະ ການສອນມີປະສິດຕິພາບ. ຫຼັກສູດນີ້ຈະນຳສະເໜີວິທີການໃນການກຳນົດ ແລະ ຈັດລຳດັບ ຈຸດປະສົງ ແລະ ເປົ້າໝາຍ ເພື່ອເຮັດໃຫ້ຄູສາມາດສ້າງ ແລະ ພັດທະນາບົດສອນ ແລະ ແຜນການສອນຢ່າງໄດ້ຢ່າງມີປະສິດຕິພາບ.
- Enseignant: Saysamone Prasonexay
- Enseignant: Vongsengdeuane PASASOUK
ອາຈານນຳໃຊ້ຍຸດທະສາດ , ເຕັກນິກການສອນ ແລະ ການສ້າງສິ່ງທີ່ເອື້ອອຳນວຍຕໍ່ສະພາບແວດລ້ອມໃຫ້ຮຽນຮູ້ຢ່າງທີ່ມີປະສິດທິພາບ.
ໜ່ວຍການຮຽນນີ້ແມ່ນແນໃສ່ສະມັດຕະພາບທີ່ຕ້ອງການໃນການສິດສອນ, ສ້າງສິ່ງທີ່ເອື້ອອຳນວຍ, ຍາດແຍ່ງຄຳຄິດເຫັນ, ຕອບຄຳຖາມ, ກວດສອບຄວາມເຂົ້າໃຈ, ໃຫ້ຜົນຢ້ອນກັບ, ຮັບປະກັນຄວາມຈື່ຈຳ ແລະ ການນຳສົ່ງຄວາມຮູ້.
- Enseignant: Bouaphanh / ບົວຜັນ Ludetmounsone / ລືເດດມູນສອນ
- Enseignant: bounchanh khounphilaphanh
ການພັດທະນານັກຮຽນໃຫ້ເປັນເຈົ້າຕົນເອງຕໍ່ການສຶກສາຮໍ່າຮຽນແມ່ນປັດໃຈສໍາຄັນຂອງການສິດສອນໃນຍຸກປະຈຸບັນນີ້.ເຊິ່ງມັນແຕກຕ່າງກັບການຮຽນໃນເມື່ອກ່ອນແມ່ນນັດຮຽນຈະຮັບເອົາຄວາມຮູ້ຈາກຄູພຽງແຕ່ຢູ່ໃນຫ້ອງຮຽນແລະໃນປື້ມຕໍາລາຮຽນເທົ່ານັ້ນ.ກົງກັນຂາມໃນຍຸກປະຈຸບັນນີ້ການຮຽນຮູຂອງນັກຮຽນບໍ່ພຽງແຕ່ຮັບຈາກຄູແລະຢູ່ໃນຕໍາລາຮຽນເທົ່ານັ້ນ.ນັກຮຽນຍັງສາມາດຮຽນຮູ້ໂດຍການຮັບເອົາຂໍ້ມູນຂ່າວສານຢູ່ໃນທຸກແຫ່ງຫຸກຫົນທຸກເວລາໂດຍອີງໃສ່ການນໍາໃຊ້ເຕັກໂນໂລຊີເວບ 2.0ແລະເຕັກໂນໂລຊີຂ່າວສານທາງອິນເຕີເນັດແລະອື່ນຯ…
ເປົ້າໝາຍທີ່ສໍາຄັນຂອງການຮຽນການສອນແມ່ນການສ້າງໂອກາດໃຫ້ຜູ້ຮຽນໄດ້ພັດທະນາຕົນເອງໃຫ້ມີທັກສະທາງດ້ານສະຕິປັນຍາ,ຄວາມເຊື່ອໝັ້ນໃນຄວາມສາມາດຂອງຕົນເອງແລະການສ້າງວິໃນໃຫ້ຕົນເອງເພື່ອໃຫ້ກາຍເປັນຄົນທີ່ມີຄວາມກະຕືລືລົ້ນຕໍ່ການຮໍ່າຮຽນ.ນອກຈາກນີ້ຄູອາຈານກໍ່ມີບົດບາດສໍາຄັນຕໍ່ການພັດທະນາທັກສະການຮຽນຮູ້ຂອງຜູ້ຮຽນອີກດ້ວຍ.
- Enseignant: Leena Phonemajedy
- Enseignant: Leena phonemajedy
ການສ້າງສັນສິ່ງແວດລ້ອມທີ່ເປັນບວກ ເປັນສິ່ງທີ່ສຳຄັນ ແລະ ເປັນສິ່ງແວດລ້ອມທີ່ກະຕຸ້ນການສົ່ງເສີມປະສິດທິຜົນການຮຽນຮູ້ຂອງນັກຮຽນ.ບົດຮຽນໃນພາກນີ້ແມ່ນເລັ່ງໃສ່ ການພັດທະນາສິ່ງແວດລ້ອມທີ່ເປັນບວກຂອງການຮຽນຂອງນັກຮຽນທີ່ເປັນໂຄສະນາຊັກຊວນໃຫ້ມີການຮ່ວມມື ແລະປະສານສົມທົບໂດຍການສື່ສານ ແລະພັດທະນາສາຍພົວພັນທີ່ເປັນບວກກັບນັກຮຽນ
Creating a positive and stimulating learning environment promotes effective student learning. This module focuses on the development of a positive learning environment that fosters co-operation and collaboration through effective communication and develops positive relationships with students.
- Teacher: Kongsy CHOUNLAMANY
ຫຼັກການລວມ: ຫູັກສູດການວັດຜົນແມ່ນບັນດາກິດຈະກໍາທີ່ເປັນລະບົບໄດ້ອອກແບບມາເພື່ອວິເຄາະ, ປະເມີນແລະປັບປຸງການຮຽນຂອງນັກຮຽນ.
ຄວາມໝາຍທາງດ້ານການສຶກສາ: ຄູສອນຈຳເປັນຕ້ອງໄດ້ນຳໃຊ້ຫຼັກສູດແລະການປະເມີນບໍ່ພຽງແຕ່ການວິເຄາະແລະວັດຜົນຄວາມກ້າວໜ້າຂອງນັກຮຽນຢູ່ໃນຫ້ອງຮຽນເທົ່ານັ້ນ, ແຕ່ຍັງໄດ້ນຳໃຊ້ເພື່ອວັດຄວາມສາມາດແລະການປະຕິບັດງານຂອງນັກຮຽນແລະເພື່ອປັບປຸງກິດຈະກຳການສອນໃຫ້ເໝາະສົມເພື່ອຈະປັບປຸງການຮຽນຂອງນັກຮຽນ.
ຢູ່ໃນໜ່ວຍການຮຽນຮູ້ດັ່ງກ່າວນີ້ຈະໄດ້ເນັ້ນໜັກໃສ່ຫຼັກສູດພື້ນຖານການປະເມີນທີ່ມີຄວາມສອດຄ່ອງກັບຈຸດປະສົງຂອງການຮຽນຮູ້ຕາມເງື່ອນໄຂການວັດຜົນແລະການປະຕິບັດຕົວຈິງ. ຮູບແບບຫຼັກສູດດັ່ງກ່າວນີ້ຍັງໄດ້ນຳສະເໜີບັນດາກິດຈະກຳຕ່າງໆໃນການວາງແຜນ, ປະດິດຄິດສ້າງ, ນຳໃຊ້ໃຫ້ເໝາະສົມແລະມີປະສິດທິພາບແລະມີຂອບເຂດແລະໜ້າເຊື່ອຖືໄດ້ໃນການວັດຜົນດັ່ງກ່າວເຊິ່່ງສອດຄ່ອງກັບທິດສະດີຂອງທ່ານ Bloom ວ່າດ້ວຍການຈັດແບ່ງປະເພດຢ່າງລະອຽດ, ກິດຈະກຳເຫຼົ່ານີ້ຍັງລວມເອົາເງື່ອນໄຂວິທີການວັດຜົນທີ່ສອດຄອ່ງແລະຜ່ານບັນດາຂະບວນການກວດສອບຕ່າງໆໂດຍມີແຜນການລະອຽດແລະບັນດາຫົວຂໍ້ຕ່າງໆ, ເພື່ອໃຫ້ໂອກາດແກ່ຄົນລຸ້ນດຽວກັນແລະຍັງເປັນການວັດຜົນຕົນເອງແລະຍຸດທະວິທີໃນການປະຕິບັດງານເພື່ອເປັນກິດຈະກໍາການວັດຜົນທີ່ເປັນຮູບແບບແລະວິທີສະຫຼຸບຫຍໍ້.
- Enseignant: Sithane Soukhavong
ການປະເມີນແມ່ນຂະບວນການທີ່ມີໂຄງສ້າງ, ມີລັກສະນະກໍ່ສ້າງຍ່ອຍ ຫຼື ລວມ, ມີລັກ ສະ ນະ ຄຸນະພາບ ຫຼື ປະລິມານ, ທີ່ໃຊ້ເພື່ອສະໜອງຜົນຢ້ອນກັບທີ່ເປັນປະໂຫຍດກ່ຽວກັບການມີສ່ວນຮ່ວມ, ຄວາມເຂົ້າໃຈ, ຫຼື ຂະບວນການ. ການປະເມີນແມ່ນແນໃສ່ຄວາມເຂົ້າໃຈ(ກ່ຽວກັບ ຄວາມຮັບຮູ້), ແລະຄວາມຮູ້ສຶກໂດຍລວມ ແລະບໍ່ແມ່ນການໄດ້ຄວາມຮູ້ ບໍ່ກ່ຽວກັບມາດເກນ(ເຊິ່ງຈະແມ່ນການວັດຜົນ).
- Enseignant: Bounseng Kannhavong
ອາຈານສອນມີຄວາມຈຳເປັນຈະຕ້ອງເຂົ້າໃຈ ແລະສາມາດນຳໃຊ້ ເທັກນິກການວິໄຈທີ່ເໝາະສົມໜ່ວຍວິຊານີ້ແນໃສ່ຂັ້ນຕອນການເຮັດການຄົ້ນຄ້ວາໂດຍການຄັດເລຶອກຫົວຂໍ້ທີ່ເໝາະສົມ, ຊອກຫາ ແລະ ການຊອກຫາເອກະສານທີ່ກ່ຽວຂ້ອງ, ຕັ້ງຄຳຖາມວິໄຈ, ຕັ້ງສົມມຸດຕິຖານ, ຕັ້ງຈຸດປະສົງການວິໄຈໃຫ້ແຈ້ງ, ອອກແບບການວິໄຈໃຫ້ເໝາະສົມກັບຫົວຂໍ້, ນຳສະເໜີຜົນການວິໄຈໃຫ້ເໝາະ
ແລະ ທ່ວງທັນກັບເວລາທີ່ກຳນົດໄວ້.
- Teacher: Khamseng THALANGSY
- Enseignant: Khamphanh Sitthavong
- Enseignant: ວັນທະລາ ສຸວັນໄຊ