ຄຳຖາມທີ່ທ່ານຈະຕອບຕໍ່ໄປນີ້ເປັນການທົດສອບດ້ານທິດສະດີເຊິ່ງເປັນສ່ວນໜຶ່ງທີ່ຈະນຳໄປປະເມີນຄວາມຮູ້ຄວາມສາມາດຂອງຜູ້ທີ່ຈະເຂົ້າເປັນລັດຖະກອນໃໝ່ໂດຍຈະນຳໄປບວກໃສ່ຄະແນນສຳພາດຕົວຈິງ ຫຼື ຜົນຈອງຄຳຖາມເຈາະຈີ້ມພາຍຫຼັງການສອບຜ່ານທິດສະດີ. ຜົນສອບດ້ານທິດສະດີຈະຮູ້ໄດ້ທັນທີທີ່ທ່ານ Submit ຄຳຕອບແຕ່ການຕັດສິນຂອງທາງສູນວ່າຈະໃຫ້ມາສຳພາດມື້ໃດແມ່ນຈະແຈ້ງຕາມພາຍຫຼັງບໍ່ເກີນ 2 ວັນ.
ບົດທົດສອບນີ້ແບ່ງເປັນ 4 ພາກຄື: ຄວາມຮູ້ທົ່ວໄປກ່ຽວກັບໜ້າທີ່ຂອງລັດຖະກອນ, ຄວາມຮູ້ພື້ນຖານກ່ຽວກັບການປະຕິບັດວຽກງານເລຂານຸການ, ຄວາມຮູ້ພື້ນຖານກ່ຽວກັບເອກກະສານທາງລັດຖະການ ແລະ ຄວາມຮູ້ພື້ນຖານກ່ຽວກັບການນຳໃຊ້ບາງເຄື່ອງມືທາງດ້ານໄອຊີທີເຂົ້າໃນວຽກງານເລຂານຸການກໍ່ຄືວຽກງານປະຈຳວັນ.
ການທົດສອບນີ້ເປັນພຽງສ່ວນໜຶ່ງໃນການຢັ່ງເບິງລະດັບຄວາມຮັບຮູ້, ທັກສະ ແລະ ຄວາມສາມາດຂອງບຸກຄົນທີ່ຈະເຂົ້າມາປະຕິບັດໜ້າທີ່ເປັນລົດຖະກອນຂອງລັດ. ຜົນທີ່ອອກມາຈະນຳໄປພິຈາລະນາໃສ່ກັບການຕອບສຳພາດ, ບຸກຄະລິກກະພາບ, ເທັກນິກ, ທັກສະ ແລະ ອື່ນໆ.