ໃນລາຍວິຊາຟີຊິກອາຕອມນີ້ປະກອບດ້ວຍສອງສ່ວນໃຫຍ່ຄື: ສ່ວນທີໜຶ່ງແມ່ນນໍາສະເໜີກ່ຽວກັບ ກົດເກນການແຜ່ລັງສີຄວາມຮ້ອນຂອງວັດຖຸດໍາຕາມທິດສະດີຟີຊິກຍຸກເກົ່າ ແລະ ທິດສະດີຂອງ Plank, ທິດສະດີສໍາພັນທະພາບ (Relativity Theory) ພິເສດ, ໃນນັ້ນນັກສຶກສາຈະໄດ້ຮຽນຮູ້ກ່ຽວກັບການແປງຕົວປະສານແບບກາລີເລ (Galileo Transform) ແລະ ການແປງຕົວປະສານແບບລໍເຣັນທ໌ (Lorentz Transform). ສ່ວນທີສອງແມ່ນຈະນໍາສະເໜີກ່ຽວກັບ ຈໍາລອງແບບອາຕອມແບບຕ່າງໆ, ໂດຍສະເພາະແມ່ນຈໍາລອງແບບອາຕອມໄຮໂດຣເຈນ, ໂຄງສ້າງ ແລະ ຄຸນລັກສະນະຂອງອາຕອມທີ່ມີອີເລັກຕຣອນຕົວດຽວ ແລະ ຫຼາຍຕົວ.