ເຄື່ອງຈັກອຸປະກອນການກໍ່ສ້າງອາຄານ, ວຽກທາງ, ວຽກເຊື່ອມຈອດ, ລົດບັນທຸກ, ສາຍ ພານລຳລຽງ, ລົດຂຸດຕັກປະເພດຕ່າງໆ ປັ້ນຈັ່ນ, ເຄື່ອງປະສົມຄອນກຼິດ, ການເລືອກເຄື່ອງຈັກ ແລະ ການຄິດຕົ້ນທຶນ.
ໃຫ້ຮູ້ທິດສະດີ ແລະ ພາກປະຕິບັດກ່ຽວກັບວັດສະດຸກໍ່ສ້າງຕ່າງໆ ເຊັ່ນ : ດິນ, ວັດສະດຸ, ອັສຟານ, ຄອນກຼີດ ຊຶ່ງເປັນວັດສະດຸ ທີ່ ຈໍາເປັນຕ້ອງນໍາໃຊ້ເຂົ້າໃນວຽກງານການກໍ່ສ້າງທາງຫລວງ ນອກນັ້ນຍັງຮູ້ນໍາໃຊ້ວັດສະດຸສົມທຽບ ຂໍ້ມູນຄຸນສົມບັດຂອງວັດສະດຸ ຕ່າງຯທຽບໃສ່ກັບມາດຕະຖານຂໍ້ກໍານົດຂອງເງື່ອນໄຂທີ່ຕ້ອງການ ຂອງການນໍາໃຊ້ວັດສະດຸເຂົ້າໃນວຽກງານທີ່ມີຄຸນນະພາບ ແລະ ນໍາໃຊ້ໄດ້ດົນ, ປະຢັດຄ່າໃຊ້ຈ່າຍໄດ້ຕື່ມ ຫຼືຫຼຸດລົງ.
       ພຶດຕິກຳໃນແຮງຜັກດັນ, ແຮງດັດ, ແຮງບິດ, ແຮງເສື່ອນ, ແຮງຢຶດໜ່ຽວ ແລະ ການຖ່າຍເທລະຫວ່າງແຮງ, ການອອກແບບຄານ ຄອນກຼິດເສີມເຫຼັກດ້ວຍວິທີໜ່ວຍແຮງໃຊ້ງານ ແລະ ວິທີກຳລັງ ການອອກແບບອົງປະກອບອາຄານຂອງລະບົບໂຄງສ້າງຄື: ແຜ່ນພື້ນ, ຄານ, ເສົາ, ຂັ້ນໄດ ແລະ ຮາກຖານ ແລະ ປະຕິບັດການອອກແບບ.

   ສຳລັບເຂົ້າເບິ່ງລາຍວິຊາ ແລະ ເນື້ອໃນບົດຮຽນ ໃຫ້ເປີດດ້ວຍ Password & User ນີ້

     User :            Quest

      Password :   Quest