ປັດຊະຍາ ແລະ ວັດຖຸປະສົງຂອງຫຼັກສູດ (Philosophy and Objectives)
ກ. ປັດຊະຍາ (Philosophy)
ການສ້າງຫຼັກສູດພາສາເຢຍລະມັນ ໄດ້ອີງໃສ່ຄວາມຕ້ອງການຂອງສັງຄົມ ແລະ ຕະຫຼາດແຮງງານ ພາຍໃນປະເທດເປັນສຳຄັນ. ຜູ້ສຳເລັດການສຶກສາ ສາມາດນຳເອົາຄວາມຮູ້ພາສາເຢຍລະມັນ ແລະ ການ ຮຽນຮູ້ ກ່ຽວກັບເຢຍລະມັນ ສ້າງໂອກາດໃນກາດໃນການປະກອບອາຊີບ. ເປັນບຸກຄະລາກອນ ທີ່ມີຄຸນນະ ພາບ ພຽບພ້ອມ ດ້ວຍຄຸນສົມບັດ ສິນທຳປະຕິວັດ ຕາມແນວທາງຂອງພັກ ແລະລັດ ແລະມີຈັນຍາບັນໃນວິ ຊາຊີບ.
ການຮຽນຮູ້ກ່ຽວກັບເຢຍລະມັນຍັງເປັນປັດໃຈທີ່ຈຳເປັນຂອງຍຸກສະໄໝ ສອດຄ່ອງກັບແນວທາງ ການປ່ຽນແປງໃໝ່ ແລະ ຍຸດທະສາດການພັດທະນາການສຶກສາ ຂອງພັກ ແລະ ລັດຖະບານ ໃນໄລຍະແຕ່ນີ້ ຮອດປີ 2020. ນອກຈາກນີ້ ການຮຽນຮູ້ພາສາເຢຍລະມັນ ແລະ ປະເທດເຢຍລະມັນ ຍັງເປັນປະໂຫຍດ ຕໍ່ ການພົວພັນຮ່ວມມື ແລະ ການສ້າງຄວາມເຂົ້າໃຈອັນດີລະຫວ່າງ ສອງຊາດ ລາວ ແລະເຢຍລະມັນອີກດ້ວຍ.
ຂ. ວັດຖຸປະສົງ: (Objectives)
•ສ້າງໃຫ້ນັກສຶກສາມີຄວາມຮູ້ ຄວາມສາມາດ ນຳໃຊພາສາເຢຍລະມັນ ເຂົ້າໃນການປະກອບອາຊີບ ຕ່າງໆ ຢ່າງມີປະສິດທິພາບ.
•ສ້າງໃຫ້ນັກສຶກສາມີຄວາມຮູ້ ແລະ ຄວາມເຂົ້າໃຈວັດທະນະທຳເຢຍລະມັນ ແລະ ສາມາດເລືອກ ເຟັ້ນ ສິ່ງທີ່ດີ ນຳໃຊ້ເຂົ້າໃນການພັດທະນາປະເທດຕົນ.
•ສ້າງໃຫ້ນັກສຶກສາສາມາດໃຊ້ ພາສາເຢຍລະມັນ ໃນການສຶກສາຫາຄວາມຮູ້ ຂະແໜງການຕ່າງໆ, ສາມາດພັດທະນາ ການຮຽນຮູ້ພາສາເຢຍລະມັນເພື່ອສຶກສາຕໍ່ໃນລະດັບສູງຂຶ້ນ.
•ສ້າງໃຫ້ນັກສຶກສາເປັນພົນລະເມືອງດີຂອງຊາດ ພຽບພ້ອມດ້ວຍຄຸນສົມບັດ ແລະ ຄວາມສາມາດ; ກຽມພ້ອມປະກອບສ່ວນ ໃນການສ້າງສາພັດທະນາປະເທດຊາດ. ຝຶກຝົນຫລໍ່ຫລອມຄຸນສົມບັດ ຕາມ ແນວທາງທີ່ພັກ ແລະລັດວາງອອກ.
5. ກຳໜົດເວລາໃນການເປີດສອນ:
ຫຼັກສູດປະລິນຍາຕີສາຂາວິຊາພາສາເຢຍລະມັນ ລະບົບ 4 ປີ ຈະເລີ່ມເປີດສອນໃນສົກສຶກສາ 2011 - 2012 ເປັນຕົ້ນໄປ. ພາຍຫຼັງທີ່ມີຜູ້ສຳເລັດການສຶກສາ 1 ຫຼື 2 ຊຸດ ແລ້ວຈະມີການປະເມີນ ແລະ ປັບປຸງ ຄືນ ເພື່ອໃຫ້ສອດຄ່ອງກັບສະພາບການສຶກສາ ແລະຄວາມຕ້ອງການຂອງຕະຫຼາດແຮງງານ ພາຍໃນ ປະເທດແຕ່ລະໄລຍະ.