ຄວາມຮູ້ເບື້ອງຕົ້ນກ່ຽວກັບກະສິກຳ, ຄຸນສົມບັດຂອງດິນ, ການປັບປູງດິນ, ຄວາມກ່ຽວກັບນ້ຳໃນການຜະລິດກະສິກຳ, ການຜະລິດກະສິກຳເຂດທົ່ງພຽງແລະເຂດພູດອຍ, ລະບົບຜະລິດກະສິກຳ, ພະຍາດແລະແມງໄມ້ທີ່ກ່ຽວຂ້ອງກັບພືດ.
- Teacher: ສີພະຈັນ ວັນນະສີ
ບັນດາກົດເກນພື້ນຖານຂອງເຄມີສາດ, ອາຕອມ ແລະ ປະລິມານສຳພັນ, ສູດເຄມີ, ສົມຜົນເຄມີ ແລະ ການຊັ່ງຊາສົມຜົນເຄມີ, ກົດເກນຮອບວຽນ-ຕາຕະລາງຮອບວຽນ, ໂມເລກຸນ ແລະ ພັນທະເຄມີ, ຄຸນ ລັກສະນະຂອງທາດອາຍ, ແຫຼວ, ແຂງ ແລະ ທາດນ້ຳເປື່ອຍ ແລະ ພື້ນຖານອົງຄະທາດ.
- Teacher: sithong SENGDALA
ເປີດຫົວເລື່ອງລະບົບນິເວດ, ພະລັງງານໃນລະບົບນິເວດ, ຮອບວຽນຂອງແຮ່ທາດໃນລະບົບນີເວດ, ຊະນິດແລະເອກະຖານໃນລະບົບນິເວດ, ປະຊາກອນແລະຊູມຊົນຂອງສິ່ງມີຊີວິດ, ຊູມຊົນພາກພື້ນດິນ, ຊູມຊົນໃນແຫຼ່ງນ້ຳຈືດ.
- Teacher: Davisouk NOYNALY
ຄວາມຮູ້ສໍາລັບຮອງຮັບການຄິດໄລ່ໃນການສິດສອນຂອງຄະນະ ຄສວ ຄືທົບ ທວນ ຄືນໂລຊິກ ກຸ່ມ ແລະ ການນັບ, ເລຂາຄະນິດວິເຄາະ ເມຕຮິດສ, ອັນດັບຈຳນວນ ແລະ ຜົນບວກບໍ່ສີ້ນ ສຸດ, ຕຳລາແລະຜົນຕຳລາ, ສັງຄະນິດ, ສົມຜົນຈຸນລະຄະນິດຂັ້ນນຶ່ງ.
- Teacher: phoutmany SEEAMPHINE
- Teacher: ດຳດວນ ກິ່ງມະນີແສງແກ້ວ
ຄວາມຮູ້ພື້ນຖານຕໍ່ກັບສິ່ງແວດລ້ອມ, ສ່ວນປະກອບ, ໂຄງສ້າງ ແລະ ຄວາມຮ້ອນໃນຊັ້ນບັນຍາກາດ, ອະທິບາຍການເຮັດວຽກຂອງວົງຈອນນໍ້າ ແລະ ລົນທະນາກ່ຽວກັບກົນໄກການເຕື່ອນຍ້າຍຂອງນໍ້າໃນຊັ້ນບັນຍາກາດ ແລະ ໃນພື້ນດິນ, ສຶກສາບັນຫາສິ່ງແວດລ້ອມເຊັ່ນ: ມົນລະພິດທາງສຽງ, ການຫຼຸດລົງຂອງໂອໂຊນ ແລະ ພາວະເຮືອນແກ້ວໃນສະພາບແວດລ້ອມ, ຄວາມເຂົ້າໃຈໂດຍລວມຂອງຄວາມຮ້ອນໃນຊັ້ນບັນຍາກາດ, ສົນທະນາການສະໜອງພະລັງງານແລະຄວາມເປັນໄປໄດ້ໃນການ ບໍລິການແລະການສະໜອງພະລັງງານ
- Teacher: lathsamy XAYXANA
ວິວິຊາສະຖິຕິ ແມ່ນວິຊາທີ່ສາມາດນຳໄປເປັນ ເຄື່ອງມືການຄົ້ນຄວ້າວິໄຈ ທີ່ນັກວິໄຈທຸກຄົນ ຈະຕ້ອງມີຄວາມຮູ້ , ເຂົ້າໃຈພໍສົມຄວນ. ພ້ອມກັນນັ້ນ ກໍຍັງສ້າງໃຫ້ ຜູ້ຮຽນສາມາດ ມອງເຫັນຄວາມສຳຄັນ ຂອງຜົນການທົດລອງການວິໄຈ ເພື່ອນຳໄປໃຊ້ ໃນວຽກງານການສຶກສາ ດ້ານສັງຄົມ, ດ້ານເສດຖະກິດຢ່າງຖືກຕ້ອງ ທັງເປັນຈຸດໃຈກາງ ໃນການ ນຳສະເໜີ ຜົນງານ, ການຄົ້ນຄ້ວາວິໄຈ ທີ່ຖືກຕ້ອງ ຢ່າງກົງໄປກົງມາ ຕໍ່ກັບຄວາມເປັນຈິງ ຊຶ່ງເປັນທີ່ ຍອມຮັບ ຢ່າງກວ້າງຂວາງຕໍ່ບັນຫາ ທີ່ນຳມາສຶກສາ ແລະ ນຳໄປໃຊ້ ໃຫ້ແທດເໝາະ ກັບ ຕົວຈິງຢ່າງມີຜົນ.
ເນື້ອໃນພື້ນຖານໃນວິຊາ: ທິດສະດີເລືອກຕົວຢ່າງ, ການປະເມີນຄ່າ, ການທົດສອບສົມມຸດຖານທາງສະຖິຕິ, ການອອກແບບການທົດລອງ, ການວິເຄາະຣີເກຣຊັນ ແລະ ສະຫະການພົວພັນ, ການວິເຄາະການທົດຖອຍ ແລະ ສະຫະສຳພັນ.
- ດຳດວນ ກິ່ງມະນີແສງແກ້ວ: phoutmany SEEAMPHINE
- ດຳດວນ ກິ່ງມະນີແສງແກ້ວ: ດຳດວນ ກິ່ງມະນີແສງແກ້ວ
- Teacher: Phetdala OUDONE
ບົດບາດ ແລະ ຄວາມສຳຄັນຂອງແຫຼ່ງນ້ຳ, ການປະເມີນມູນຄ່າທາງສິ່ງແວດລ້ອມຂອງຊັບພະຍາກອນນ້ຳ, ການນຳໃຊ້ປະໂຫຍດຈາກຊັບພະຍາກອນນຳ, ແຫຼ່ງນ້ຳສຳຄັນສຳລັບຊຸມຊົນຊົນນະບົດ, ແນວທາງການພັດທະນາແຫຼ່ງນ້ຳ ແລະ ການນຳໃຊ້ຊັບພະຍາກອນນ້ຳຢ່າງມີປະສິດທິພາບ (ຊົນລະປະ ທານ, ເຂື່ອນ, ການປະມົງ, ຄົມມະນາຄົມ ແລະ ການພັກຜ່ອນຢ່ອນໃຈ) ລວມທັງລະບົບສາຍນ້ຳໃນ ສປປ ລາວ, ຮູບແບບ ແລະ ວິທີການໃນການຈັດການຊັບພະຍາກອນນ້ຳ, ການມີສ່ວນຮ່ວມໃນການຄຸ້ມ ແລະ ນຳໃຊ້ຊັບພະຍາກອນນ້ຳ.
- Teacher: kanya SOUKSAKOUN
ການຄົ້ນຫາ-ວິໄຈສິ່ງທີ່ຕ້ອງການຈາກບັນຫາຕ່າງໆທີ່ເກີດຂຶ້ນ ເພື່ອຫາເຫດຜົນ, ສາຍເຫດ, ຜົນກະທົບໂດຍ ການເກັບກຳ ຂໍ້ມູນມາວິເຄາະ - ວິໄຈ ແລະ ອ້າງອີງ, ຜົນໄດ້ຮັບຈາກການວິໄຈ ຈະ ມີວິທີແກ້ໄຂ ແລະ ມີແນວທາງປະຕິບັດທາງດ້ານ ເສດຖະກິດ-ສັງຄົມ, ວັດທະນາທຳ, ການຄຸ້ມຄອງ, ການ ວາງແຜນກ່ຽວກັບ ການສົມດູນລະບົບນິເວດວິທະຍາ ( ສິ່ງແວດລ້ອມ ) ເພື່ອການຕັດສິນໃຈ ແລະ ເປັນຂໍ້ມູນໄປຕໍ່ຍອດແກ່ການຄົ້ນຄວ້າ-ວິໄຈຂັ້ນຕໍ່ໄປ.
- Teacher: leokham THAMMALAT