ວິຊາ ວິວັດທະນາການຂອງສິ່ງທີມີຊີວິດ ແມ່ນການຮຽນຮູ້ກ່ຽວກັບຄວາມເປັນມາ ຫຼື ການກຳເນີດຂອງສິ່ງທີມີຊີວິດ ຕັ້ງແຕ່ທຳອິດຈົນຮອດປັດຈຸບັນ. ວິຊານີ້ຈະປະກອບດ້ວຍ ທິດສະດີຕ່າງໆຂອງວິວັດທະນາການຂອງສິ່ງທີມີຊີວິດ, ການກຳເນີດຂອງໜ່ວຍໂລກ, ການເກີດເປັນທະວີບ, ການກຳເນີດສິ່ງທີມີຊີວິດ, ຫຼັກຖານປະກອບການສຶກສາທາງວິວັດທະນາການຂອງສິ່ງທີມີຊີວິດ, ການປ່ຽນແປງລັກສະນະກຳມະພັນ, ການຄັດເລືອກໂດຍທຳມະຊາດ, ການປັບຕົວຂອງສິ່ງທີມີຊີວິດ, ການເກີດເປັນຊະນິດໃໝ່, ການວິວັດທະນາການຂອງພືດ ແລະ ສັດ. 

ສຶກສາຄວາມໝາຍ, ຄວາມສຳຄັນແລະ ຂອບເຂດຂອງວິຊາ ນິເວດວິທະຍາ, ລະບົບນິເວດຕ່າງໆ, ພະລັງງານໃນລະບົບນິເວດ, ປັດໃຈຈຳກັດ ແລະ ການປັບຕົວຂອງສິ່ງທີ່ມີຊີວິດ, ຊະນິດ ແລະ ປະຊາກອນ ແລະ ຊຸມຊົນຂອງສິ່ງທີ່ມີຊີວິດ.

ຄວາມຮູ້ກ່ຽວກັບຄຸນລັກສະນະພື້ນຖານຂອງປາ ໂດຍມີຮູບພາບ ແລະ ຄໍາບັນຍາຍລັກສະນະໂຄງ ສ້າງພາຍນອກແລະ ກາຍຍະວິພາກສາດຂອງປາ. ລະບົບສະລິລະສາດ.ການເຮັດວຽກຂອງອະໄວຍະ ວະຕ່າງໆ ລວມໄປເຖິງນິເວດວິທະຍາ, ຄວາມສະຫຼາດພຶດຕິກໍາແລະອານຸກົມວິຖານກ່ຽວກັບປາ

ກາຍຍະວິພາກພືດ ສຶກສາໂຄງສ້າງຂອງຈຸລັງ,ຊະນິດຂອງຈຸລັງ, ແພຈຸລັງ (ແພຂະຫຍາຍ, ແພຖາວອນ ) ແລະ ລະບົບແພຈຸລັງພືດ ໂຄງສ້າງພາຍໃນຂອງຮາກ, ລໍາ, ໃບ, ດອກ, ໝາກ ແລະ ແກ່ນ 

ສຶກສາໂຄງສ້າງ ແລະ ລັກສະນະຂອງອະໄວຍະວະ ພືດທີ່ບໍ່ມີທໍ່ລໍາລຽງ ແລະ ມີທໍ່ລໍາລຽງ, ການສືບພັນຂອງພືດ.ການຈໍາແນກຄວາມສໍຳພັນທາງວິວັດ ທະນາການຂອງໂຄງສ້າງພາຍນອກ

ການນໍາໃຊ້ຈຸລະຊີບເຂົ້າໃນອຸດສາຫະກໍາອາຫານ, ການກະເສດ ແລະ ການແພດ