1. ຊື່ຫຼັກສູດ
ຊື່ພາສາລາວ: ຫຼັກສູດປະລິນຍາຕີ ສິລະປະສາດ ສາຂາວິຊາບູຮານວິທະຍາ ແລະ ການຄຸ້ມຄອງມໍລະດົກ
ຊື່ພາສາອັງກິດ: Bachelor of Arts Program In Archaeology And Cultural
Resources Management
2. ຊື່ປະກາສະນີຍະບັດ
ຊື່ເຕັມພາສາລາວ: ປະລິນຍາຕີ ສິລະປະສາດ ບູຮານວິທະຍາ ແລະ ການຄຸ້ມຄອງມໍລະດົກ
ຊື່ຫຍໍ້ພາສາລາວ: ບ.ກ
ຊື່ເຕັມພາສາອັງກິດ: Bachelor of Arts ( Archaeology And Cultural Resources
Management. )
ຊື່ຫຍໍ້ພາສາອັງກິດ: BA ( Archaeology And Cultural Resources Management )
3. ໜ່ວຍງານຮັບຜິດຊອບ:
ພາກວິຊາປະຫວັດສາດ ແລະ ບູຮານວິທະຍາ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ( ມືຖື : 020. 55565.499 )
4. ປັດຊະຍາ ແລະຈຸດປະສົງ
4.1ປັດຊະຍາ
ປະຕິບັດຕາມແຜນຍຸດທະສາດການພັດທະນາເສດຖະກິດສັງຄົມແຫ່ງຊາດຂອງລັດຖະບານ ແຕ່ນີ້ຮອດ ປີ ຄ.ສ 2020 ກໍຄືແຜນຍຸດທະສາດພັດທະນາການສຶກສາ ທີ່ຍຶດຖືເອົານະໂຍບາຍການພັດທະນາປະເທດ ໄປສູ່ອຸດ ສາຫະກຳ ແລະ ທັນສະໄໝ. ເພື່ອເຮັດໃຫ້ແຜນການພັດທະນາປະເທດບັນລຸເປົ້າໝາຍດັ່ງກ່າວ ທຸກຂະແໜງການ ຕ້ອງມີຄວາມພ້ອມໃນດ້ານຕ່າງໆ.
ພາກວິຊາປະຫວັດສາດ ແລະ ມະນຸດວິທະຍາ ເປັນພາກວິຊາໜຶ່ງທີ່ສັງກັດໃນຄະນະວິທະຍາສາດສັງ ຄົມ ມະຫາວິທະຍາໄລແຫ່ງຊາດ ຈຶ່ງເຫັນວ່າວຽກງານການພັດທະນາຊັບພະຍາກອນມະນຸດເປັນປັດໄຈສຳຄັນ ແລະ ຈຳເປັນທີ່ຕ້ອງມີບຸກຄະລາກອນຜູ້ທີ່ມີຄວາມຮູ້ຄວາມສາມາດ ພ້ອມທີ່ຈະເສີມສ້າງ ແລະ ພັດທະນາສັງຄົມໄປສູ່ການພັດທະນາແບບຍືນຍົງໃຫ້ສອດຄ່ອງກັບແຜນຍຸດທະສາດການພັດທະນາເສດຖະກິດສັງຄົມແຫ່ງຊາດ.
ດ້ວຍເຫດນັ້ນ, ຫຼັກສູດປະລິນຍາຕີສິລະປະສາດ ສາຂາບູຮານວິທະຍາ ແລະ ການຄຸ້ມຄອງມໍລະດົກ ຈຶ່ງມີແນວຄວາມຄິດມຸ່ງໝັ້ນສ້າງຄົນໃຫ້ມີຄວາມຮູ້,ມີຄວາມສາມາດໃນການສຶກສາຄົ້ນຄວ້າ, ມີຄວາມຄິດສ້າງສັນ ໃນ ຂະບວນການພັດທະນາທາງດ້ານວິຊາການສາມາດນຳໄປປະຍຸກໃຊ້ໃນການດຳລົງຊີວິດປະຈຳວັນ, ມີທັດສະນະຄະຕິທີ່ດີຕໍ່ມໍລະດົກຂອງຊາດ ແລະ ສອດຄ່ອງກັບຄວາມຈະເລີນກ້າວໜ້າທາງວິຊາການທີ່ຢູ່ພາຍໃນ ແລະ ລະດັບ ສາກົນ. ທັງເປັນການອະນຸລັກຮັກສາ, ປັບປຸງ ແລະ ສົ່ງເສີມມໍລະດົກດັ່ງກ່າວໃຫ້ຍືນຍົງຄົງຢູ່ກັບຄົນລາວ, ຊາດລາວ ຕະຫຼອດໄປ
4.2ຈຸດປະສົງ:
ເພື່ອສ້າງນັກສຶກສາໃຫ້ເປັນ:
ນັກວິຊາການຜູ້ທີ່ມີຄວາມຮູ້ຄວາມເຂົ້າໃຈທາງດ້ານບູຮານວິທະຍາ ແລະ ການຄຸ້ມຄອງມໍລະດົກ ແລະ ສາມາດນຳໄປໃຊ້ໃນໜ້າທີ່ການງານໃຫ້ໄດ້ຮັບຜົນດີ.
ຜູ້ທີ່ມີວິໄສທັດກ້ວາງໄກ, ມີເຫດມີຜົນ. ສາມາດແກ້ບັນຫາທີ່ກ່ຽວຂ້ອງທາງບູຮານວິທະຍາ ແລະ ການຄຸ້ມຄອງມໍລະດົກໄດ້ຢ່າງເໝາະສົມ, ສອດຄ່ອງກັບສະພາບເສດຖະກິດສັງຄົມລາວໃນແຕ່ລະໄລຍະ.
ພົນລະເມືອງທີ່ດີ,ມີຄວາມຮັບຜິດຊອບຕໍ່ສັງຄົມ,ມີຄຸນະທຳຈາຣິຍະທຳອັນດີ ແລະ ຖະນຸບຳລຸງວັດ ທະນະທຳຂອງຊາດ.
ນັກສຶກສາທີ່ຮຽນຈົບຫຼັກສູດໃນສາຂາວິຊານີ້ ສາມາດເຂົ້າໄປປະກອບວຽກງານນຳສຳນັກງານກົມກອງ ທັງພາກລັດ ແລະ ເອກະຊົນ ທີ່ເຮັດໜ້າທີ່ໃນການສຳຫຼວດ, ຂຸດຄົ້ນບູຮານວັດຖຸ, ຄຸ້ມຄອງປົກປັກຮັກສາ ແລະ ສົ່ງເສີມວັດທະນະທຳຂອງຊາດ. ນອກຈາກນີ້ ນັກສຶກສາທີ່ຮຽນຈົບຫຼັກສູດນີ້ຍັງສາມາດເຂົ້າສຶກສາຕໍ່ໃນລະດັບສູງຂຶ້ນໄປ ໃນສາຂາທີ່ກ່ຽວຂ້ອງທັງຢູ່ພາຍໃນ ແລະ ຕ່າງປະເທດ.