ກ. ປັດຊະຍາ
ປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ນີ້ຮອດປີ 2020 ກໍຄືແຜນຍຸດທະສາດພັດທະນາການສຶກສາເພື່ອຫັນປະເທດໄປສູ່ອຸດສາຫະກຳ ແລະ ທັນສະໄໝ. ດັ່ງນັ້ນ, ຈິ່ງສ້າງ ຫຼັກສູດການທ່ອງທ່ຽວໂດຍແນໃສ່ສ້າງໃຫ້ນັກສຶກສາມີຄວາມຮູ້ໃນດ້ານການບໍລິຫານ, ການຈັດການການ ທ່ອງທ່ຽວ, ມີຄຸນສົມບັດ ສິລະທຳ, ຈາລິຍະທຳ ແລະ ຈັນຍາບັນ, ສາມາດນຳເອົາສິ່ງທີ່ໄດ້ຮຽນມາໄປປະ ຍຸກໃຊ້ໃນພາກປະຕິບັດຕົວຈິງ ໃຫ້ເກີດຜົນປະໂຫຽດສູງສຸດແກ່ສັງຄົມ ແລະ ປະເທດຊາດ.
ຂ. ຈຸດປະສົງ
ເພື່ອສ້າງນັກສຶກສາໃຫ້ເປັນ :
- ນັກວິຊາການຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີທັກສະໃນດ້ານການບໍລິຫານ ແລະ ການຈັດ ການການທ່ອງທ່ຽວໄດ້ຢ່າງມີປະສິດທິພາບ.
- ພົນລະເມືອງດີ, ມີຄວາມຮັບຜິດຊອບຕໍ່ໜ້າທີ່, ມີຄຸນນະທຳ, ຈາລິຍະທຳ, ຈັນຍາບັນ ແລະ ຖະນຸບຳລຸງ, ຟື້ນຟູ, ສົ່ງເສີມ ແລະ ປົກປັກຮັກສາຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ.
- ຜູ້ທີ່ມີຄວາມສາມາດນຳເອົາຄວາມຮູ້ເຂົ້າໄປປະກອບອາຊີບໄດ້ຢ່າງເໝາະສົມ ແລະ ສອດ ຄ່ອງກັບການຂະຫຽາຍຕົວທາງດ້ານເສດຖະກິດ-ສັງຄົມ.
ນັກສຶກສາທີ່ຮຽນຈົບຫຼັກສູດສາຂານີ້ສາມາດເຂົ້າໄປປະກອບວຽກງານນຳສຳນັກງານກົມກອງ ແລະ ບໍລິສັດທີ່ເຮັດໜ້າທີ່ກ່ຽວກັບການທ່ອງທ່ຽວ. ນອກຈາກນີ້ຍັງສ້າງໂອກາດ ແລະ ເງື່ອນໄຂໃຫ້ຜູ້ທີ່ຮຽນຈົບຫຼັກສູດນີ້ ສາມາດສືບຕໍ່ສຶກສາໃນລະດັບສູງຂຶ້ນໄປ.