ຈະໄດ້ຮູ້ກ່ຽວກັບພື້ນຖານແນວຄວາມຄິດແລະວິທິການຂອງຄະນິດສາດເຕັມໜ່ວຍ(ວິຊານີ້ຈະເນັ້ນເສັ້ນໃສ່ວິທິແກ້ບັນຫາ)ເຊີ່ງຈະກາຍເປັນເຄື່ອງມືສຳລັບນັກວິທະຍາສາດຄອມພີວເຕີ

ຄະນິດສາດ ສຳລັບຄອມພິວເຕີ 2 ໄດ້ສືບຕໍ່ຮຽນຮູ້ກ່ຽວກັບຄະນິດສາດສຳລັບຄອມພິວເຕີ 1 ແລະ ນຳໃຊ້ຄະນິດສາດເຕັມໜ່ວຍເຂົ້າໃນການແກ້ບັນຫາດ້ານຄອມພິວເຕີເຊັ່ນ: ພຶດຊະຄະນິດ ບູລິນ, ແຜນຜັງກາໂນ, ເມຕຣິກ ແລະ ອື່ນໆ

ວິທີການທາງດ້ານຈຳນວນ (Numerical Method) ເປັນວິທີການ ຫຼື ຂະບວນການທີ່ສ້າງ ຂື້ນ ເພື່ອແກ້ບັນຫາທາງຄະນິດສາດໂດຍໃຊ້ຄອມພີວເຕີ ຫຼື ເຄື່ອງຈັກຄິດໄລ່. ບັນຫາເຫຼົ່ານີ້ຢູ່ໃນ ຮູບຂອງສົມຜົນ ຫຼື ແບບຈຳລອງຂອງສະຖານະການຕ່າງໆ ບໍ່ວ່າຈະເປັນດ້ານຄະນິດສາດ, ຟີຊິກສາດ, ວິສະວະກຳ, ເສດຖະສາດ ແລະ ອື່ນໆ ຊຶ່ງອາດສະຫຼຸບເປັນຂັ້ນຕອນໃນການແກ້ບັນ ຫາໄດ້ .  ວິຊານີ້ຈະໄດ້ຮຽນຮູ້ກ່ຽວກັບການແກ້ບັນຫາທາງດ້ານຄະນິດສາດດ້ວຍວິທີການທາງດ້ານຈຳນວນຂອງການຊອກຫາໃຈຜົນຂອງສົມຜົນ,ການແກ້ລະບົບສົມຜົນລີເນແອ, ການຖົດຖອຍດ້ວຍວິທີກຳລັງສອງນ້ອສຸດ ແລະ ການປະເມີນຄ່າໃນຫ່ວາງຂອງພະຫຸພົດຂັ້ນ n


ສະເໜີກ່ຽວກັບການວິເຄາະອະນຸກົມເວລາເຕັກນິກການປັບລຽບ,ການພະຍາກອນການຕອງທີ່ປັບໄດ້,ຕົວແບບຂອງອະນຸກົມເວລາຂອງວິນເຕີ, ການວິເຄາະອະນຸກົມເວລາແບບຄາສຊິກ,ການວິເຄາະອະນຸກົມເວລາແບບບັອກແລະເຊັນກິນ, ເລກດັດສະນີ ແລະ ການນຳໃຊ້